ຕອນເຊົ້າວັນທີ 29 ສິງຫາ 2025, ທີ່ບ້ານ ທົ່ງຕູມ, ນະຄອນຫຼວງວຽງຈັນ ວິສາຫະກິດໄຜ່ເອກະລັກ ໄດ້ມີພິທີມອບ-ຮັບ ທຶນຊ່ວຍເຫຼືອໂຄງການສະໜັບສະໜູນວິສາຫະກິດຊຸມຊົນຕົວຢ່າງເພື່ອການຂະຫຍາຍຕົວແບບຍືນຍົງ ຕາມແນວທາງໂຄງການຂອງພະຣາຊະດຳຣິ ແລະ ການພັດທະນາທາງເລືອກ ໃນ ສປປ ລາວ. ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ປອ ມະໂນທອງ ວົງໄຊ, ຮອງລັດຖະມົນຕີ ກະຊວງ ອຸດສາຫະກຳ ແລະ ການຄ້າ; ທ່ານ ນາງ ມໍລະກົດ ສີສະຫວັນ ເອກອັກຄະລັດຖະທູດ ແຫ່ງຣາຊະອານາຈັກໄທ ປະຈຳສປປ ລາວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງທັງພາກລັດ ແລະ ເອກະຊົນເຂົ້າຮ່ວມ.

ການຊ່ວຍເຫຼືອຄັ້ງນີ້ ແມ່ນການສືບຕໍ່ສ້າງຄວາມເຂັ້ມແຂງໃຫ້ຫົວໜ່ວຍວິສາຫະກິດຂະໜາດນ້ອຍ ແລະ ກາງ ໃນຂະແໜງຫັດຖະກຳ, ເພື່ອມີທຶນຮ່ອນໃນການຊື້ເຄື່ອງຈັກ ແລະ ອຸປະກອນການຜະລິດ, ຊ່ວຍໃຫ້ວິສາຫະກິດສາມາດພັດທະນາຜະລິດຕະພັນຂອງຕົນໄດ້ຢ່າງມີປະສິດທິພາບ. ນອກຈາກນີ້, ໂຄງການຍັງໄດ້ສົ່ງເສີມການຮ່ວມມື ແລະ ສ້າງສາຍພົວພັນທາງການທູດລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກໄທ ໃນໂອກາດຄົບຮອບ 75 ປີ ຂອງການສ້າງຄວາມຮ່ວມມືທາງການທູດ. ທຶນຊ່ວຍເຫຼືອລ້າໃນຄັ້ງນີ້ ມີມູນຄ່າທັງໝົດ 300,000 (ສາມແສນບາດ ສະກຸນເງິນໄທ) ໂດຍແມ່ນກະຊວງອຸດສາຫະກຳ ແລະ ການຄ້າ ເປັນຕົວແທນຮັບການຊ່ວຍເຫຼືອ, ເພື່ອມອບສົ່ງຕໍ່ໄປຍັງຫົວໜ່ວຍຫັດຖະກຳ 02 ຫົວໜ່ວຍ ຄື: ວິສາຫະກິດໄຜ່ເອກະລັກ ຢູ່ນະຄອນຫຼວງວຽງຈັນ ແລະ ສູນສົ່ງເສີມຫັດຖະກໍາ ບ້ານໂພນໝີ, ແຂວງວຽງຈັນ.

ທ່ານ ປອ ມະໂນທອງ ວົງໄຊ ຮອງລັດຖະມົນຕີ ກະຊວງ ອຸດສາຫະກຳ ແລະ ການຄ້າ ໄດ້ຕາງໜ້າໃຫ້ລັດຖະບານລາວ ກໍ່ຄືກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈຢ່າງຈິ່ງໃຈຕໍ່ການຊ່ວຍເຫຼືອຂອງ ລັດຖະບານໄທ. ທ່ານ ກ່າວຕື່ມວ່າ: ປີ 2025 ເປັນປີທີ່ມີຄວາມໝາຍສຳຄັນຢ່າງຍິ່ງ ເນື່ອງຈາກ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ຣາຊະອານາຈັກໄທ ໄດ້ສ້າງສາຍພົວພັນການທູດຮ່ວມກັນຄົບຮອບ 75 ປີພໍດີ. ຕະຫຼອດເວລາທີ່ຜ່ານມາ, ສອງປະເທດໄດ້ຮ່ວມມືກັນໃນທຸກດ້ານ ບໍ່ວ່າຈະເປັນ ການເມືອງ, ເສດຖະກິດ, ວັດທະນະ ທຳ, ການສຶກສາ ແລະ ການພັດທະນາສັງຄົມ. ສາຍພົວພັນອັນໃກ້ຊິດນີ້ເກີດຈາກປະຫວັດສາດ ແລະ ວັດທະນະທຳທີ່ເຊື່ອມໂຍງກັນມາຢ່າງຊ້ານານ ພ້ອມທັງສາຍສຳພັນຂອງປະຊາຊົນສອງຝັ່ງແມ່ນ້ຳຂອງ.ຕະຫຼອດໄລຍະເວລາ 75 ປີ, ລາວ–ໄທ ໄດ້ສ້າງການຮ່ວມມື ທາງດ້ານຄວາມໝັ້ນຄົງທາງດ້ານເສດຖະ ກິດເປັນຕົ້ນ ໂຄງການພັດທະນາໂຄງສ້າງພື້ນຖານຊາຍແດນ, ການເຊື່ອມໂຍງຖະໜົນ-ຂົວມິດຕະພາບ ເພື່ອໃຫ້ຕິດຈອດກັນ ແລະ ເພີ່ມທະວີການຄ້າຂາຍຊາຍແດນທີ່ເພີ່ມມູນຄ່າສູງຢ່າງຕໍ່ເນື່ອງ. ນອກຈາກນັ້ນ ຍັງມີ ການແລກປ່ຽນຄວາມຮູ້, ທັກສະ ແລະ ຊຸກຍູ້ການທ່ອງທ່ຽວຮ່ວມກັນ.

ທ່ານ ເອກອັກຄະລັດຖະທູດ ແຫ່ງ ຣາຊະອານຈັກໄທ ກ່າວວ່າ: ການສະເຫຼີມສະຫຼອງຄົບຮອບ 75 ປີ ຄັ້ງນີ້ ບໍ່ພຽງແຕ່ເປັນຂີດຫມາຍອັນສຳຄັນ ແລະ ສະທ້ອນໃຫ້ເຫັນເຖິງ ຜົນສຳເລັດອັນສຳຄັນລະຫວ່າງ ສອງຊາດ ລາວ-ໄທ ໃນອະດີດ ແຕ່ຍັງເປັນການຕັ້ງເປົ້າໝາຍການກ້າວໄປສູ່ອະນາຄົດຂອງສອງປະເທດ ຊຶ່ງຈະມີການຮ່ວມມືຢ່າງໃກ້ຊິດຍິ່ງຂຶ້ນ ເພື່ອສັນຕິພາບ, ຄວາມມັ້ນຄົງ ແລະ ຄວາມມັ່ງຄັ່ງ ຂອງປະຊາຊົນສອງຊາດ. ການມອບທຶນຊ່ວຍເຫຼືອຄັ້ງນີ້, ເປັນການສືບຕໍ່ການສ້າງຄວາມເຂັ້ມແຂງໃຫ້ບັນດາວິສາຫະກິດຂະໜາດນ້ອຍ ແລະ ກາງ ໃນຂະແໜງຫັດຖະກຳ ທັງເປັນການປະກອບສ່ວນຊ່ວຍເສີມທຶນຮອນ ໃຫ້ມີເຄື່ອງຈັກ ແລະ ອຸປະກອນການຜະລິດທີ່ຈຳເປັນ ເພື່ອຍົກລະດັບສິນຄ້າ ແລະ ຜະລິດຕະພັນ ຂອງວິສາຫະກິດໃຫ້ມີຄຸນນະພາບ ແລະ ຄວາມເຂັ້ມແຂງຍິ່ງຂຶ້ນ.

ພາບ: ວຽງສະຫວັນ ປຣະດິດ
ຂ່າວ: ລຸ້ງຟ້າ ອົບພະຈັນ
ຮຽບຮຽງ ແລະ ກວດແກ້ : ຄະນະບັນນາທິການຂ່າວສານ ອຄ