ຕອນເຊົ້າວັນທີ 8 ກັນຍາ 2025 ທີ່ໂຮງແຮມ ລາວພລາຊາ, ນະຄອນຫຼວງວຽງຈັນ. ກະຊວງອຸດສາຫະກຳ ແລະ ການຄ້າ ຜ່ານກົມສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (ກຈນກ) ຮ່ວມກັບອົງການ KOICA ປະຈຳ ສປປ ລາວ ໄດ້ຈັດກອງປະຊຸມຄະນະຊີ້ນໍາໂຄງການພັດທະນາຊັບພະຍາກອນມະນຸດ ດ້ານນະວັດຕະກຳທາງດິຈິຕອນ ສໍາລັບ ຈນກ ຢູ່ ສປປ ລາວ ໃນໄລຍະ 2023-2025 ຄັ້ງທີ I. ພາຍໃຕ້ການເປັນປະທານຮ່ວມໂດຍ ທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາ ຫະກຳ ແລະ ການຄ້າ ແລະ ທ່ານ ຊອງຊູ ໂອ ຫົວໜ້າອົງການ KOICA ປະຈຳ ສປປ ລາວ, ພ້ອມດ້ວຍບັນດາຄະນະຮັບຜິດ ຊອບຈາກພາກສ່ວນທີ່ກ່ຽວຂ້ອງ ລວມຜູ້ເຂົ້າຮ່ວມ.
ທ່ານ ປອ ນາງ ມະໄລຄໍາ ພິລາພອນ ຮອງຫົວໜ້າກົມ ຈນກ ໄດ້ຊີ້ແຈງເຖິງຄວາມໝາຍສໍາຄັນ ຂອງໂຄງການ ແລະ ການຈັດຕັ້ງປະຕິບັດແຜນງານຫຼັກ ທັງ 2 ແຜນ ຄື: 1) ການສ້າງສູນນະວັດຕະກຳສໍາລັບ ຈນກ ແລະ ສະ ຕາດອັບ (MSIC) ແລະ ການພັດທະນາຊັບພະຍາກອນມະນຸດ ທາງດ້ານ IT, ICT ແລະ ດິຈິຕອນ; ແລະ 2) ການ ພັດທະນາຫຼັກສູດ, ພື້ນຖານໂຄງລ່າງ ແລະ ຄວາມສາມາດຂອງພະນັກງານ. ກອງປະຊຸມຄັ້ງນີ້ ບໍ່ພຽງແຕ່ສ້າງຄວາມເຂັ້ມແຂງໃຫ້ແກ່ການຮ່ວມມືລະຫວ່າງ ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ອົງການ KOICA ເທົ່ານັ້ນ, ແຕ່ຍັງເປັນກ້າວສໍາຄັນໃນການຂະຫຍາຍຂອບເຂດການພັດທະນາຊັບພະຍາກອນມະນຸດດ້ານດິຈິຕອນ ໃຫ້ກັບຜູ້ປະກອບກິດຈະການ, ຈນກ ແລະ ສະຕາດອັບທົ່ວປະເທດ. ຜົນສຳເລັດຈາກໂຄງການນີ້ ຄາດວ່າຈະຊ່ວຍ ເພີ່ມຂີດຄວາມສາມາດໃນການແຂ່ງຂັນ, ສ້າງວຽກເຮັດງານທຳ ແລະ ກະຕຸ້ນໃຫ້ເກີດນະວັດຕະກຳໃໝ່ໆ ໃນທ້ອງຕະຫຼາດ, ຊຶ່ງຈະນໍາພາປະເທດຊາດກ້າວໄປສູ່ການພັດທະນາເສດຖະກິດ-ສັງຄົມຢ່າງຍືນຍົງ ແລະ ທັນສະໄໝ.
ໂຄງການດັ່ງກ່າວນີ້, ທີ່ໄດ້ຮັບທຶນຊ່ວຍເຫຼືອຈາກລັດຖະບານ ສ.ເກົາຫຼີ ມູນຄ່າ 5 ລ້ານໂດລາສະຫະລັດ ໂດຍຜ່ານອົງການ KOICA, ມີຈຸດປະສົງສໍາຄັນໃນການພັດທະນາຊັບພະຍາກອນມະນຸດ ແລະ ຍົກລະດັບຂີດຄວາມສາມາດສະເພາະການແຂ່ງຂັນຂອງ ຈນກ, ຜູ້ປະກອບກິດຈະການ ແລະ ສະຕາດອັບ ຜ່ານການນໍາໃຊ້ເຕັກໂນໂລຊີດີຈິຕອນ ແລະ ນະວັດຕະກຳ, ຊຶ່ງສອດຄ່ອງກັບເປົ້າໝາຍການພັດທະນາແບບຍືນຍົງ (SDG) 4.4. (ການເພີ່ມຈໍານວນໄວຫນຸ່ມທີ່ມີທັກສະດ້ານ ICT ທີ່ກ່ຽວຂ້ອງ) ເພື່ອການຈ້າງງານ ແລະ ການປະກອບ ກິດຈະການ ແລະ ການສ້າງຜູ້ປະກອບກິດຈະການໃໝ່ ລວມທັງສະຕາດອັບໃນອະນາຄົດ.
ພາບ-ຂ່າວ: ວຽງສະຫວັນ ປຣະດິດ
ກວດແກ້ ແລະ ຮຽບຮຽງ: ຄະນະບັນນາທິການຂ່າວສານ ອຄ