ພິທີເຊັນສັນຍາເພື່ອສະໜອງສິນເຊື່ອໃຫ້ ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (ຈນກ) ລະຫວ່າງ ກອງທຶນສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (ທສວ) ແລະ ທະນາຄານ ສົ່ງເສີມກະສິກຳ ຈຳກັດ (ທສກ) ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 12 ກັນຍາ 2025 ທີ່ຜ່ານມາ, ໃຫ້ກຽດເປັນປະທານ ແລະ ເປັນສັກຂີພະຍານໂດຍ ທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ, ຮອງປະທານສະພາບໍລິຫານ ທສວ, ທ່ານ ສຸລິວັດ ສຸວັນນະຈູມຄໍາ ຮອງລັດຖະມົນຕີ ກະຊວງການເງິນ ແລະ ທ່ານ ພົງສະຫວັດ ເສນາພວນ, ປະທານສະພາບໍລິຫານ ທະນາຄານ ສົ່ງເສີມກະສິກໍາ ຈໍາກັດ ພ້ອມດ້ວຍບັນດາສະມາຊິກສະພາບໍລິຫານ ຂອງ ທສວ ແລະ ທສກ, ບັນດາກົມທີ່ກ່ຽວຂ້ອງຂອງກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ພະນັກງານຫຼັກແຫຼ່ງຂອງ ທສກ ເຂົ້າຮ່ວມ.
ທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີກະຊວງ ອຸດສາຫະກໍາ ແລະ ການຄ້າ ໄດ້ກ່າວວ່າ: ການສະໜອງທຶນຄັ້ງນີ້ ແມ່ນເພື່ອສົ່ງເສີມການປູກ – ການລ້ຽງ, ການຜະລິດຂອງຊຸມຊົນທ້ອງຖີ່ນ ໃນຂອບເຂດທົ່ວປະເທດ. ທະນາຄານສົ່ງເສີມກະສິກໍາ ມີສາຂາ, ມີໜ່ວຍບໍລິການກວ້າງໃຫຍ່ທີ່ສຸດຖ້າທຽບໃສ່ ບັນດາທະນາຄານອື່ນ ເຊິ່ງເປັນຈຸດແຂງຂອງທະນາຄານສົ່ງເສີມກະສິກໍາ ເຊິ່ງສອດຄ່ອງກັບນະໂຍບາຍຫຼັກຂອງລັດຖະບານ ທີ່ຈັດສັນແຫຼ່ງທຶນຕ່າງໆເພື່ອສົ່ງເສີມການຜະລິດຂອງປະຊາຊົນໃຫ້ທົ່ວເຖິງ ແລະ ໄດ້ເຂົ້າເຖິງ ໃນອັດຕາດອກເບ້ຍທີ່ຕໍ່າ ຂ້າພະເຈົ້າເຊື່ອໝັ້ນວ່າ ທະນາຄານຂອງພວກເຮົາຈະມີຄວາມບຸກບືນ ຈິງໃຈ ຕັ້ງໜ້າທີ່ຈະປ່ອຍເງິນບ້ວງນີ້ອອກ ເພື່ອເຮັດໃຫ້ຈຸນລະວິສາຫະກິດ ວິສາຫະກິດນ້ອຍ-ກາງ ສາມາດເຂົ້າເຖິງແຫຼ່ງທຶນດອກເບ້ຍຕໍ່າ ໄປນໍາໃຊ້ເຂົ້າໃນການຜະລິດ ການປູກການລ້ຽງ ເຮັດໃຫ້ພວກເຮົາເພີ່ງພາຕົນເອງໄດ້ໃນລະດັບໃດໜຶ່ງ ກ້າວໄປເຖິງກຸ້ມຕົນເອງ ສາມາດສ້າງເສດຖະກິດຄອບຄົວກາຍເປັນເສດຖະກິດເຕີບໃຫຍ່ຂະຫຍາຍຕົວ ເປັນແຮງກະຕຸ້ນໃນການພັດທະນາປະເທດຊາດໃຫ້ຈະເລີນຮຸ່ງເຮືອງຂຶ້ນໄປ.
ພິທີເຊັນສັນຍາສະໜອງທຶນ ລະຫວ່າງ ກອງທຶນສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ແລະ ທະນາຄານສົ່ງເສີມກະສິກຳ ຈຳກັດ ໃນຄັ້ງນີ້ ຖືວ່າເປັນຄັ້ງທຳອິດ ຊຶ່ງມີຄວາມໝາຍຄວາມສຳຄັນຢ່າງຍິ່ງ ເນື່ອງຈາກຈະເປັນການຢັ້ງຢືນຮັບເອົາ ທສກ ເຂົ້າມາເປັນຄູ່ຮ່ວມມືໃໝ່ ຂອງ ທສວ ໃນບ້ວງເງິນປະກອບທຶນຂອງລັດຖະບານ ອັດຕາດອກເບ້ຍ 3% ຕໍ່ປີ ຊຶ່ງສະໜອງທຶນເບື້ອງຕົ້ນ ໃຫ້ ທສກ ເປັນມູນຄ່າ 30 ຕື້ກີບ ເພື່ອໃຫ້ທະນາຄານນຳເອົາທຶນດັ່ງກ່າວ ໄປປ່ອຍກູ້ໃຫ້ ຈນກ ຕາມຂະແໜງ ແລະ ຂົງເຂດບູລິມະສິດຂອງລັດຖະບານ ໃນຂອບເຂດທົ່ວປະເທດ. ວົງເງິນປ່ອຍກູ້ໃຫ້ ຈຸນລະວິສາຫະກິດ ສາມາດກູ້ຢືມໄດ້ບໍ່ເກີນ 2.5 ຕື້ກີບຕໍ່ຄັ້ງ, ວິສາຫະກິດຂະໜາດນ້ອຍ ສາມາດກູ້ຢືມໄດ້ບໍ່ເກີນ 4 ຕື້ກີບຕໍ່ຄັ້ງ, ວິສາຫະກິດຂະໜາດກາງ ສາມາດກູ້ຢືມໄດ້ບໍ່ເກີນ 5 ຕື້ກີບຕໍ່ຄັ້ງ.
ພາບ-ຂ່າວ: ວຽງສະຫວັນ ປຣະດິດ
ກວດແກ້ ແລະ ຮຽບຮຽງ: ຄະນະບັນນາທິການຂ່າວສານ ອຄ