ທ່ານ ປອ ມະໂນທອງ ວົງໄຊ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ກ່າວປາໄສຕໍ່ກອງປະຊຸມດັ່ງກ່າວ ຊຶ່ງຈັດຂື້ນທີ່ເຈນີວາ, ປະເທດສະວິດເຊີແລນ ໃນວັນທີ 16 ກັນຍາ 2025 ວ່າ: ໂຄງການເຊື່ອມໂຍງເຂົ້າສາກົນທາງດ້ານການຄ້າ (Enhanced Integrated Framework: EIF) ໄດ້ສ້າງເງື່ອນໄຂສໍາຄັນໃຫ້ ສປປ ລາວ ໃນການຍົກລະດັບບົດບາດຂະແໜງການຄ້າໃຫ້ກາຍເປັນກົນໄກຂັບເຄື່ອນການເຊື່ອມໂຍງເສດຖະກິດກັບ ພາກພື້ນ ແລະ ສາກົນ ປະກອບສ່ວນສໍາຄັນຕໍ່ການເຕີບໂຕແບບຍືນຍົງ ແລະ ຫຼຸດຜ່ອນຄວາມທຸກຍາກຂອງປະຊາຊົນ.
ຜ່ານການຈັດຕັ້ງປະຕິບັດໂຄງການ ໄລຍະທີ 2, ສປປ ລາວ ສາມາດດຶງດູດການລົງທຶນ, ຂະຫຍາຍການສົ່ງອອກໃນຂະແໜງເປົ້າໝາຍ ແລະ ສ້າງລາຍຮັບແກ່ຄອບຄົວຜູ້ທຸກຍາກ ໂດຍສະເພາະແມ່ຍິງ ໃນສາມແຂວງພາກເໜືອ ຜ່ານຂໍ້ລິເລີ່ມໃນການປັບປຸງສະພາບແວດລ້ອມການດຳເນີນທຸລະກິດ ແລະ ຍົກລະດັບຄວາມສາມາດໃນການແຂ່ງຂັນຂອງທຸລະກິດກະສິກຳ ແລະ ຫັດຖະກຳ.
ພ້ອມກັນນີ້, ທ່ານ ຮອງລັດຖະມົນຕີ ຍັງໄດ້ເນັ້ນເຖິງຄວາມມຸ່ງໝັ້ນຂອງລັດຖະບານ ກໍຄືກະຊວງອຸດສາຫະກຳ ແລະ ການຄ້າ ທີ່ຈະສືບຕໍ່ຈັດຕັ້ງປະຕິບັດໂຄງການ EIF ໄລຍະທີ 3 ແລະ ຈະເອົາໃຈໃສ່ຮ່ວມເຮັດວຽກຢ່າງໃກ້ຊິດກັບບັນດາຄູ່ຮ່ວມພັດທະນາ ເພື່ອສານຕໍ່ວິໄສທັດຮ່ວມ ໃນການພັດທະນາການຄ້າແບບຍືນຍົງ ແລະ ທົ່ວເຖິງ.
ໂດຍ: ຄະນະບັນນາທິການຂ່າວສານ ອຄ