ໃນຕອນເຊົ້າ ຂອງວັນທີ 16 ກັນຍາ 2025 ທ່ານ ຈັນທະບູນ ສຸກອາລຸນ, ຮອງລັດຖະມົນຕີກະຊວງ ອຸດສາຫະກຳ ແລະ ການຄ້າ ຂອງ ສປປ ລາວ ພ້ອມຄະນະ ໄດ້ເຂົ້າຮ່ວມ ເວທີປຶກສາຫາລືການຮ່ວມມືດ້ານພະລັງງານ ແລະ ພະລັງງານໄຟຟ້າ ຈີນ-ອາຊຽນ 2025, ທີ່ຫ້ອງປະຊຸມ Grand Ballroom, Red Forest Hotel, ທີ່ນະຄອນໜານໜິງ, ເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ, ສປ ຈີນ. ທ່ານ ຮອງລັດຖະມົນຕີ, ໄດ້ໃຫ້ກຽດກ່າວປາໄສໃນເວທີດັ່ງກ່າວວ່າ: ໂຄງການເຊື່ອມໂຍງດ້ານພະລັງງານ ແມ່ນການຮ່ວມມືແຜນຍຸດທະສາດໜຶ່ງ ລະຫວ່າງ ລາວ ແລະ ຈີນ ບໍ່ພຽງແຕ່ເປັນການຮ່ວມມື ລະຫວ່າງສອງຊາດເທົ່ານັ້ນ, ແຕ່ຍັງເປັນການລົງທຶນທີ່ສຳຄັນ ເພື່ອຄວາມສະຖຽນລະພາບ ດ້ານພະລັງງານ, ການເຊື່ອມໂຍງ ແລະ ອະນາຄົດ ສີຂຽວຂອງປະຊາຄົມອາຊຽນທັງໝົດ.
ວິໄສທັດແຫ່ງຊາດ ຂອງ ສປປ ລາວ ໃນການຫັນປ່ຽນສັກກະຍະພາບດ້ານພະລັງງານສະອາດ ທີ່ມີຢູ່ກວ່າ 60,000 ເມກາວັດ ໃຫ້ກາຍເປັນຊັບສິນຂອງພາກພື້ນ ພາຍໃຕ້ແນວຄິດ “ແບັດເຕີຣີໜ່ວຍນ້ອຍຂອງພາກພື້ນ”. ການຮ່ວມມືກັບ ສປ ຈີນ ພວມກຳລັງສ້າງການເຊື່ອມຕໍ່ທີ່ຈຳເປັນ ເພື່ອຜົນປະໂຫຍດຂອງທຸກພາກສ່ວນ.

ຈຸດໃຈກາງຂອງໂຄງການນີ້ ແມ່ນລະບົບສາຍສົ່ງໄຟຟ້າຂະໜາດ 500 ກິໂລໂວນ (kV) ທີ່ຈະສໍາເລັດໃນປີ 2026 , ເຊິ່ງຈະເປັນແກນຫຼັກທີ່ສຳຄັນ ແລະ ເປັນຈຸດເຊື່ອມຕໍ່ທາງພາກເໜືອຂອງຕາຂ່າຍໄຟຟ້າອາຊຽນ (APG) , ຊ່ວຍເຮັດໃຫ້ຄວາມຝັນຂອງພາກພື້ນກາຍເປັນຈິງ ແລະ ໂຄງການນີ້ ຈະຊີ້ໃຫ້ເຫັນຜົນປະໂຫຍດສຳຄັນ 3 ປະການຕໍ່ອາຊຽນຄື:
1. ເພີ່ມຄວາມໝັ້ນຄົງ ແລະ ສະຖຽນລະພາບດ້ານພະລັງງານ: ການເຊື່ອມຕໍ່ກັບຕາຂ່າຍໄຟຟ້າພາກໃຕ້ຂອງ ສປ ຈີນ (CSG), ເຊິ່ງເປັນໜຶ່ງໃນຕາຂ່າຍໄຟຟ້າທີ່ໃຫຍ່ ແລະ ໝັ້ນຄົງທີ່ສຸດໃນໂລກ, ຈະຊ່ວຍນຳເຂົ້າທັງກະແສໄຟຟ້າ ແລະ ສະຖຽນລະພາບມາສູ່ລະບົບຕາຂ່າຍໄຟຟ້າຂອງອາຊຽນ. ການເຊື່ອມໂຍງນີ້ຈະຊ່ວຍປ້ອງກັນການຂາດແຄນພະລັງງານ ແລະ ເຮັດໃຫ້ການສະໜອງໄຟຟ້າທົ່ວພາກພື້ນມີຄວາມໜ້າເຊື່ອຖືຫຼາຍຂຶ້ນ.
2. ເພີ້ມທະວີການພັດທະນາປະຊາຄົມເສດຖະກິດອາຊຽນ: ພະລັງງານທີ່ໝັ້ນຄົງ ແລະ ລາຄາສົມເຫດສົມຜົນເປັນພື້ນຖານຂອງອຸດສາຫະກຳ. ການສ້າງຕະຫຼາດພະລັງງານທີ່ເຊື່ອມໂຍງກັນ ຈະຊ່ວຍຫຼຸດຕົ້ນທຶນດ້ານພະລັງງານ, ເຮັດໃຫ້ອຸດສາຫະກຳຂອງອາຊຽນ ມີຂີດຄວາມສາມາດໃນການແຂ່ງຂັນສູງຂຶ້ນ, ດຶງດູດການລົງທຶນ ແລະ ສ້າງວຽກເຮັດງານທຳໃນທົ່ວປະເທດສະມາຊິກ.
3. ຊຸກຍູ້ອາຊຽນສີຂຽວ: ໂຄງການນີ້ ຈະຊ່ວຍຕອບສະໜອງຄວາມຕ້ອງການພະລັງງານທີ່ເພີ່ມຂຶ້ນຢ່າງກ້າວກະໂດດ ຂອງພາກພື້ນ ດ້ວຍພະລັງງານສະອາດ ເຊັ່ນ: ພະລັງງານນໍ້າ, ແສງຕາເວັນ ແລະ ລົມ. ນອກນີ້, ຍັງອຳນວຍຄວາມສະດວກໃນການຊື້-ຂາຍ ພະລັງງານທົດແທນ, ເຊິ່ງເປັນການປະກອບສ່ວນໂດຍກົງຕໍ່ເປົ້າ ໝາຍດ້ານການປ່ຽນແປງ ຂອງສະພາບອາກາດຂອງອາຊຽນ.

ໃນຕອນທ້າຍ, ທ່ານຮອງລັດຖະມົນຕີ ໄດ້ສະຫຼຸບວ່າ: ສາຍສົ່ງໄຟຟ້າຈາກ ສປປ ລາວ ໄປ ສປ ຈີນ ບໍ່ພຽງແຕ່ສົ່ງກະແສໄຟຟ້າເທົ່ານັ້ນ, ແຕ່ຍັງສ້າງ “ຄວາມໝັ້ນຄົງໃຫ້ກັບຕາຂ່າຍໄຟຟ້າ, ຄວາມຈະເລີນຮຸ່ງເຮືອງໃຫ້ກັບເສດຖະກິດ, ແລະ ຄວາມຍືນຍົງໃຫ້ກັບສິ່ງແວດລ້ອມ”. ສປປ ລາວ ມີຄວາມພູມໃຈທີ່ໄດ້ເປັນສູນກາງຂອງເຄືອຂ່າຍນີ້ ແລະ ພ້ອມທີ່ຈະຮ່ວມມືກັບທຸກປະເທດສະມາຊິກອາຊຽນ ແລະ ຈີນ ເພື່ອສ້າງອະນາຄົດທີ່ສົດໃສ ແລະ ຮຸ່ງເຮືອງຍິ່ງຂຶ້ນສຳລັບທຸກຄົນ.
ໂດຍ:ຄະນະບັນນາທິການຂ່າວ ອຄ