ວັນທີ 9 ກັນຍາ 2025 ທີ່ ຫ້ອງປະຊຸມກົມສົ່ງເສີມຈຸນລະວິສາຫະກິດ; ວິສາຫະກິດຂະໜາດນ້ອຍ ແລະ ກາງ, ກະຊວງອຸດສາຫະກໍາ ແລະ ການຄ້າ. ກົມຊັບສິນທາງປັນຍາ ຮ່ວມກັບ ສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ, ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ໄດ້ຈັດພິທີລົງນາມບົດບັນທຶກຄວາມເຂົ້າໃຈ (MOU) ກ່ຽວກັບການຮ່ວມມື ເພື່ອພັດທະນາວຽກງານພັນພືດໃໝ່ຂອງລາວ, ພັດທະນາບຸກຄະລາກອນ, ເສີມສ້າງຄວາມອາດສາມາດໃນການປູກທົດລອງ ແລະ ສ້າງລະບຽບການທີ່ກ່ຽວຂ້ອງ ເພື່ອນໍາໃຊ້ໃນຂົງເຂດການປູກທົດລອງພັນພືດໃໝ່. ຕາງໜ້າ ກະຊວງ ອຸດສາຫະກຳ ແລະ ການຄ້າ ລົງນາມໂດຍ ທ່ານ ໄຊສົມເພັດ ນໍລະສິງ ຫົວໜ້າກົມຊັບສິນທາງປັນຍາ ແລະ ຕາງໜ້າ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ລົງນາມໂດຍ ທ່ານ ປອ. ເພັດມະນີແສງ ຊ້າງໄຊຍະສານ ຮັກສາການຫົວຫນ້າສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ໂດຍຊ່ອງໜ້າການເຂົ້າຮ່ວມ ແລະ ເປັນສັກຂີ່ພິຍານຂອງ ທ່ານ ປອ. ມະໂນທອງ ວົງໄຊ, ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ທ່ານ ກິແກ້ວ ສິງນາວົງ, ຮອງລັດຖະມົນຕີ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ພ້ອມດ້ວຍຜູ້ຕາງໜ້າຈາກຫ້ອງການ, ກົມ, ສະຖາບັນ ແລະ ພະນັກງານທີ່ກ່ຽວຂ້ອງທັງສອງກະຊວງ ເຂົ້າຮ່ວມຢ່າງພ້ອມພຽງ.

ທ່ານ ໄຊສົມເພັດ ນໍລະສິງ ໄດ້ລາຍງານທີ່ປະຊຸມວ່າ: ການຮ່ວມມື ລະຫວ່າງ ສອງຝ່າຍໃນຄັ້ງນີ້ ເປັນບາດກ້າວທີ່ສໍາຄັນໃນການພັດທະນາ ການປູກທົດລອງແນວພັນພືດໃໝ່ ຄວບຄູ່ກັບການສ້າງຄວາມຮູ້, ການແລກປ່ຽນປະສົບການ ແລະ ການພັດທະນາບຸກຄະລາກອນ. ທ່ານຫົວໜ້າກົມຊັບສິນທາງປັນຍາ ໄດ້ກ່າວຕື່ມວ່າ: ອີງຕາມກົດໝາຍວ່າດ້ວຍຊັບສິນທາງປັນຍາ, ການຈົດທະບຽນພັນພືດໃໝ່ ຈໍາເປັນຕ້ອງມີການປູກທົດລອງທີ່ໄດ້ມາດຕະຖານ ແລະ ຄວາມຮ່ວມມືນີ້ ຈະເປັນພື້ນຖານໃນການສ້າງເຄື່ອຂ່າຍປູກທົດລອງພັນພືດໃໝ່ໃນຂອບເຂດທົ່ວປະເທດ ເພື່ອຮອງຮັບການຂໍຈົດທະບຽນໃນອະນາຄົດ. ພ້ອມກັນນີ້, ການຮ່ວມມືຍັງຈະເປັນການເສີມສ້າງຄວາມເຂັ້ມແຂງ ໃນການປະສານງານພາຍໃນພາກລັດ ເພື່ອໃຫ້ການຄົ້ນຄວ້າ ແລະ ການພັດທະນາພັນພືດໃໝ່ຂອງ ສປປລາວ ມີຄວາມຍືນຍົງ ແລະ ເກີດຜົນປະໂຫຍດຮ່ວມກັນ. ພ້ອມດຽວກັນນັ້ນ, ກົມຊັບສິນທາງປັນຍາ ກໍໄດ້ຈັດພິທີມອບ-ຮັບ ໃບຢັ້ງຢືນການຈົດທະບຽນພັນພືດໃໝ່ ສະບັບທຳອິດຂອງ ສປປ ລາວ ໃຫ້ແກ່ ບໍລິສັດ Costa Berry International Pty Ltd.

ການມອບ-ຮັບໃບຢັ້ງຢືນການຈົດທະບຽນພັນພືດໃໝ່ ສະບັບທຳອິດຂອງ ສປປ ລາວ ຊຶ່ງສະແດງໃຫ້ເຫັນເຖິງຄວາມພະຍາຍາມ ແລະ ຜົນສໍາເລັດຂອງການຄົ້ນຄວ້າ-ວິໄຈ ແລະ ນັກປັບປຸງພັນພືດ ໃນປະກອບສ່ວນຊຸກຍູ້ສົ່ງເສີມເສດຖະກິດ-ສັງຄົມ ຂອງ ສປປ ລາວ, ຊຶ່ງພືດດັ່ງກ່າວ ເປັນພືດສາຍພັນ ເບີລີ (Berry) ທີ່ ບໍລິສັດ Costa Berry International, ເປັນຜູ້ນໍາເຂົ້າມາປູກ ແລະ ຍື່ນຂໍຈົດທະບຽນພັນພືດໃໝ່ ຢູ່ກົມຊັບສິນທາງປັນຍາ ຊຶ່ງບໍລິສັດດັ່ງກ່າວ ໄດ້ມີການລົງທຶນ ແລະ ດໍາເນີນທຸລະກິດໃນການປູກເບີລີ ຢູ່ທາງພາກໃຕ້ຂອງ ສປປ ລາວ ເພື່ອຈໍາໜ່າຍພາຍໃນ ແລະ ສົ່ງອອກຕ່າງປະເທດ.

ພືດສາຍພັນດັ່ງກ່າວນີ້ ເຄີຍໄດ້ຮັບການຈົດທະບຽນໃນຫຼາຍປະເທດ ເຊັ່ນ: ສປ. ຈີນ, ສະຫະລັດອາເມລິກາ ແລະ ອົດສະຕາລີ. ການໄດ້ຮັບຮອງໃນ ສປປ ລາວ ຄັ້ງນີ້, ບໍ່ພຽງແຕ່ເປັນການຮັບຮອງສິດຕາມກົດໝາຍ ແຕ່ຍັງເປັນການກະຕຸ້ນນັກຄົ້ນຄວ້າ-ນັກວິໄຈ ແລະ ນັກປັບປຸງພັນພືດ ໃຫ້ເຫັນໄດ້ເຖິງຄວາມສໍາຄັນ ຂອງການຈົດທະບຽນພັນພືດໃໝ່ ພ້ອມທັງເປັນການສ້າງແຮງບັນດານໃຈ ໃຫ້ເຂົາເຈົ້າສ້າງສັນຜົນງານການຄົ້ນຄວ້າໃໝ່ໆ ອອກມາອີກໃນອະນາຄົດ. ການຈົດທະບຽນພັນພືດໃໝ່ນີ້ ຈະເປັນປະໂຫຍດໃຫ້ແກ່ການຍົກລະດັບຄຸນນະພາບການຜະລິດ, ເພີ່ມລາຍໄດ້ ໃຫ້ແກ່ເຈົ້າຂອງສິດ ແລະ ຍັງສ້າງຄວາມໝັ້ນຄົງທາງສະບຽງອາຫານໃຫ້ປະເທດ ໄດ້ອີກດ້ວຍ.

ພາບ ແລະ ຂ່າວ: ສົມສະນຸກ ທອງສະຫງວນ
ແຫຼ່ງຂໍ້ມູນ: ກົມຊັບສິນທາງປັນຍາ
ກວດແກ້ ແລະ ຮຽບຮຽງ: ຄະນະບັນນາທິການຂ່າວສານ ອຄ