ຂໍ້ມູນດັ່ງກ່າວຖືກເປີດເຜີຍໃນໂອກາດ ທ່ານ Sudesh Maniar ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ສິງກະໂປ ປະຈຳລາວ ເຂົ້າຢ້ຽມຂ່ຳນັບອຳລາ ທ່ານ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ (ກະຊວງ ອຄ) ເມື່ອຕອນບ່າຍວັນທີ 11 ກັນຍາ 2025 ທີ່ຫ້ອງຮັບແຂກຊັ້ນ 4 ສຳນັກງານໃຫ່ຍ (ບ້ານ ໂພນໄຊ) ໃນໂອກາດທີ່ ທ່ານ ທູດສຳເລັດການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ.
ໃນໂອກາດດັ່ງກ່າວ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງ ອຄ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍຕໍ່ ທ່ານ Sudesh Maniar ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ສິງກະໂປ ປະຈຳ ສປປລາວ ທີ່ໄດ້ປະຕິບັດໜ້າທີ່ອັນໃຫຍ່ຫຼວງຂອງຕົນສຳເລັດຕາມການມອບໝາຍຂອງລັດຖະບານ ກໍ່ຄືປະຊາຊົນສິງກະໂປ ຢູ່ ສປປລາວ. ພ້ອມກັນນີ້, ທ່ານ ລັດຖະມົນຕີ ຍັງໄດ້ລາຍງານຫຍໍ້ກ່ຽວກັບທີ່ຕັ້ງ, ພາລະບົດບາດ ແລະ ຄວາມສຳຄັນຂອງວຽກງານອຸດສາຫະກຳ ແລະ ການຄ້າ ຕໍ່ການພັດທະນາເສດຖະກິດ-ສັງຄົມ ຂອງ ສປປລາວ ກໍ່ຄືການເຊື່ອມໂຍງສາກົນດ້ານການຄ້າ, ພະລັງງານ ແລະ ບໍ່ແຮ່ ຂອງ ສປປລາວ ໃນໄລຍະຜ່ານ ແລະ ທິດທາງແຜນການໃນຕໍ່ໜ້າ ໃຫ້ ທ່ານ ທູດໄດ້ຮັບຊາບ ໂດຍສະເພາະພາຍຫຼັງກະຊວງພະລັງງານ ແລະ ບໍ່ແຮ່ ໂຮມເຂົ້າກັບກະຊວງອຸດສາຫະກຳ ແລະ ການຄ້າ.
ທ່ານ Sudesh Maniar ສະແດງຄວາມຂອບໃຈ ແລະ ຕີລາສູງຕໍ່ການຕ້ອນຮັບຂອງ ທ່ານ ລັດຖະມົນຕີ ພ້ອມທັງລາຍງານຈຸດພິເສດຂອງ ຂະແໜງອຸດສາຫະກຳ ແລະ ການຄ້າ. ພ້ອມກັນນີ້, ທ່ານ ທູດ ຍັງໄດ້ສະແດງຄວາມຍິນດີ ແລະ ຊົມເຊີຍຕໍ່ ທ່ານ ມະໄລທອງ ກົມມະສິດ ທີ່ໄດ້ຮັບການແຕ່ງຕັ້ງເປັນລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ຄົນໃໝ່ ພາຍຫຼັງໄດ້ມີການປັບປຸງກົງຈັກການຈັດຕັ້ງຂອງລັດຖະບານລາວ ເມື່ອບໍ່ດົນມານີ້.
ສປປ ລາວ ແລະ ສາທາລະນະລັດ ສິງກະໂປ ໄດ້ສ້າງຕັ້ງສາຍພົວພັນການທູດຮ່ວມກັນ ໃນວັນທີ 02 ທັນວາ 1974 ແລະ ໃນປີ 2024 ຜ່ານມາ, ລັດຖະບານ ກໍ່ຄືປະຊາຊົນຂອງທັງສອງປະເທດ ໄດ້ຮ່ວມກັນສະເຫຼີມສະຫຼອງ ຄົບຮອບ 50 ປີ ການສ້າງຕັ້ງສາຍພົວພັນການທູດລາວ-ສິງກະໂປ ຊຶ່ງໃນບັນຍາກາດດັ່ງກ່າວ ລັດຖະບານທັງສອງປະເທດໄດ້ສ້າງກິດຈະກໍາທີ່ສຳຄັນຫຼາຍຢ່າງເປັນຕົ້ນ: ການແລກປ່ຽນຢ້ຽມຢາມຂອງການນໍາຂັ້ນສູງ, ການສະແດງສີລະປະ, ການຈັດກິລາຕ່າງໆ. ສໍາລັບຮ່ວມມືດ້ານການຄ້າ ກໍ່ມີທ່ອຽງເພີ້ມຂຶ້ນເລື້ອຍໆ. ມູນຄ່າການຄ້າຂອງສອງຝ່າຍ ໃນໄລຍະ 05 ປີ (2020-2024) ສາມາດບັນລຸໄດ້ປະມານ 785,2 ລ້ານໂດລາສະຫະລັດ; ໃນນັ້ນ ສປປລາວ ສົ່ງອອກ 401,9 ລ້ານໂດລາສະຫະລັດ ແລະ ນໍາເຂົ້າ 383,3 ລ້ານໂດລາສະຫະລັດ. ສະເພາະ 08 ເດືອນ ຕົ້ນປີ 2025 ມູນຄ່າການຄ້າສອງຝ່າຍສາມາດບັນລຸໄດ້ 121 ລ້ານ ໂດລາສະຫະລັດ; ໃນນັ້ນ ສປປລາວ ສົ່ງອອກ 51,7 ລ້ານໂດລາສະຫະລັດ ແລະ ນໍາເຂົ້າ 69,3 ລ້ານໂດລາສະຫະລັດ. ສິນຄ້າສົ່ງອອກຕົ້ນຕໍ່ຂອງ ສປປລາວ ໄປສິງກະໂປ ລວມມີ: ແກ້ວ ແລະ ເຄື່ອງທີ່ເຮັດດ້ວຍແກ້ວ, ຢາສູບ, ເຄື່ອງໃຊ້ໄຟຟ້າ ແລະ ອຸປະກອນເຄື່ອງໃຊ້ໄຟຟ້າ, ແລະ ຜະລິດຕະພັນເຄມີປະສົມສຳເລັດຮູບ. ສໍາລັບສິນຄ້ານໍາເຂົ້າຕົ້ນຕໍ່ມີ: ຜະລິດຕະພັນຢາສູບ, ອຸປະກອນກົນຈັກ, ຜະລິດຕະພັນການຢາ, ເຄື່ອງສໍາອາງ, ສິ້ນສ່ວນອາໄຫຼ່ລົດ, ນໍ້າມັນກາຊວນ, ອາຫານສັດ ແລະ ອື່ນໆ. ນອກຈາກການຮ່ວມມືດ້ານການຄ້າແລ້ວ, ສິງກະໂປ ຍັງເປັນປະເທດໜຶ່ງທີ່ໄດ້ລົງທຶນໃນຂະແໜງກິດຈະການທົ່ວໄປບໍ່ກວມເອົາໃນຂົງເຂດການສໍາປະທານ ແລະ ເຂດເສດຖະກິດພິເສດ ຊຶ່ງນັບແຕ່ປີ 2008 ເປັນຕົ້ນມາ ມີນັກລົງທຶນຂອງ ສິງກະໂປ ມາລົງທຶນຢູ່ ສປປລາວ ທັງໝົດ 82 ຫົວໜ່ວຍ, ລວມມູນຄ່າທຶນຈົດທະບຽນທັງໝົດ 1,110.2 ຕື້ກີບ.
ພ້ອມກັນນີ້, ສິງກະໂປ ຍັງເປັນປະເທດໜຶ່ງທີ່ນຳເຂົ້າພະລັງງານໄຟຟ້າຈາກ ສປປລາວ ຜ່ານໂຄງການ LTMS ຊຶ່ງປະກອບມີ 2 ໄລຍະຄື: ໄລຍະທີໜຶ່ງ ເປັນໂຄງການສົ່ງເສີມການຮ່ວມມືທາງດ້ານພະລັງງານຂອງບັນດາປະເທດສະມາຊິກ ASEAN, ໂດຍເປັນການຊື້ຂາຍໄຟຟ້າທີ່ມີຮູບແບບກຳນົດໃຫ້ ລັດວິສາຫະກິດໄຟຟ້າລາວ (ຟຟລ) ເປັນຜູ້ຈໍໜ່າຍພະລັງງານໄຟຟ້າ ແລະ ບໍລິສັດຈາກ ປະເທດ ສິງກະໂປ (Keppel) ເປັນຜູ້ຊື້ໄຟຟ້າ, ພ້ອມດຽວກັນນັ້ນ ຍັງມີການໄຟຟ້າປະເທດໄທ (EGAT) ແລະ ການໄຟຟ້າປະເທດມາເລເຊຍ (TNB) ເປັນຜູ້ໃຫ້ບໍລິການສາຍສົ່ງໄຟຟ້າ. ໄລຍະທີສອງ ຄາດວ່າຈະສາມາດຈັດຕັ້ງປະຕິບັດໃນປີ 2025. ປັດຈຸບັນຢູ່ໃນຂັ້ນຕອນການປຶກສາຫາລືໃນລາຍລະອຽດຮ່ວມກັນ.
ພາບ-ຂ່າວ: ວຽງສະຫວັນ ປຣະດິດ
ຮຽບຮຽງ ແລະ ກວດແກ້ : ຄະນະບັນນາທິການຂ່າວສານ ອຄ