ໃນວັນທີ 09 ກັນຍາ 2025, ທີ່ຫ້ອງປະຊຸມໃຫຍ່ ຂອງກະຊວງອຸດສາຫະກຳ ແລະ ການຄ້າ, ກົມສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (ກຈນກ) ຮ່ວມກັບ ກົມການຄ້າພາຍໃນ, ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ກົມສົ່ງເສີມກະສິກຳ ແລະ ສະຫະກອນ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ຈັດພິທີເຊັນບົດບັນທຶກການຮ່ວມມືການສະໜອງທຶນຜະລິດກະສິກຳ ເປັນສິນຄ້າ ເພື່ອຈຳໜ່າຍພາຍໃນ ແລະ ຕ່າງປະເທດ ຂຶ້ນ. ຕາງໜ້າກະຊວງອຸດສາຫະກໍາ ແລະ ການຄ້າ ລົງນາມໂດຍ ທ່ານ ສັນຕິສຸກ ພູນສະຫວັດ ຫົວໜ້າກົມການຄ້າພາຍໃນ, ທ່ານ ວ່າງໃຈ ຮອງຫົວໜ້າກົມ ຈນກ ແລະ ຕາງໜ້າກະຊວງກະສິກໍາ ແລະ ສິ່ງແວດລ້ອມ ລົງນາມໂດຍ ທ່ານ ປອ ອານົງສອນ ພົມມະຈັນ ຫົວໜ້າກົມສົ່ງເສີມກະສິກໍາ ແລະ ສະຫະກອນ, ໂດຍການໃຫ້ກຽດເຂົ້າຮ່ວມເປັນສັກຂີພະຍານຂອງ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ກິແກ້ວ ສິງນາວົງ ຮອງລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ, ມີ ທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ພ້ອມດ້ວຍຜູ້ຕາງໜ້າຈາກບັນດາກົມອ້ອມຂ້າງກະຊວງອຸດສາຫະກຳ ແລະ ການຄ້າ ແລະ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ເຂົ້າຮ່ວມ.

ການເຊັນບົດບັນທຶກຮ່ວມມືໃນຄັ້ງນີ້ ເພື່ອເປັນບ່ອນອີງຮ່ວມກັນໃນການຜັນຂະຫຍາຍມະຕິຂອງຄະນະບໍລິຫານງານສູນກາງພັກ ວ່າດ້ວຍການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງໃນໄລຍະໃໝ່ ເປົ້າໝາຍແມ່ນເນັ້ນໃສ່ວຽກສົ່ງເສີມການຜະລິດກະສິກຳເປັນສິນຄ້າ ໂດຍສອດຄ່ອງກັບທິດສີຂຽວ, ຍືນຍົງ, ແກ້ໄຂບັນຫາການເຂົ້າເຖິງແຫຼ່ງທຶນໃຫ້ແກ່ ກຸ່ມການຜະລິດກະສິກຳ ໂດຍຜ່ານກອງທຶນສົ່ງເສີມການຜະລິດເປັນສິນຄ້າລາວ (ກສລ) ທີ່ ລັດຖະບານ ໄດ້ສ້າງຕັ້ງຂື້ນຕາມດຳລັດ 483/ນຍ.

ບົດບັນທຶກຄວາມເຂົ້າໃຈ ດັ່ງກ່າວ ກຳນົດ ຂອບເຂດການຮ່ວມມື ແລະ ພາລະບົດບາດທີ່ທັງສາມຝ່າຍ (ກຈນກ, ກົມການຄ້າພາຍໃນ ແລະ ກົມສົ່ງເສີມກະສິກຳ ແລະ ສະຫະກອນ) ຕ້ອງປະຕິບັດຮ່ວມກັນ ເພື່ອແນໃສ່ສະໜັບສະໜູນດ້ານເຕັກນິກ, ວິຊາການ, ຊອກຫາການເຂົ້າເຖິງຕະຫຼາດ, ຮັບປະກັນລາຄາສິນຄ້າ ແລະ ອຳນວຍຄວາມສະດວກໃນການເຂົ້າເຖິງແຫຼ່ງທຶນເງິນກູ້ດອກເບ້ຍຕ່ຳໃນອັດຕາ 3-5% ໂດຍຜ່ານ ທະນາຄານທຸລະກິດທີ່ເປັນຄູ່ຮ່ວມຈັດຕັ້ງປະຕິບັດຂອງ ກອງທຶນສົ່ງເສີມການຜະລິດສິນຄ້າລາວ ຊຶ່ງຈະສະໜອງທຶນໂດຍກົງ ໃຫ້ແກ່ກຸ່ມ, ສະຫະກອນ, ຫົວໜ່ວຍທຸລະກິດກະສິກຳ ເປົ້າໝາຍສົ່ງເສີມການຜະລິດກະສິກໍາເປັນສິນຄ້າ ທີ່ພົບຄວາມຫຍຸ້ງຍາກໃນການກູ້ຢືມ ແລະ ເຂົ້າເຖິງແຫຼ່ງທຶນ, ໃຫ້ສາມາດມີເງິນທຶນນຳໃຊ້ເຂົ້າສູ່ການຜະລິດເປັນສິນຄ້າຕອບສະໜອງໄດ້ ການຈຳໜ່າຍພາຍໃນ ກ້າວໄປສູ່ການທົດແທນການນຳເຂົ້າ ແລະ ສົ່ງອອກໄປຈຳໜ່າຍຕ່າງປະເທດ ເທື່ອລະກ້າວ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ຕາມທິດເສດຖະກິດເອກະລາດ ເປັນເຈົ້າຕົນເອງ.

ພາບ ແລະ ຂ່າວ: ວຽງສະຫວັນ ປຣະດິດ
ກວດແກ້ ແລະ ຮຽບຮຽງ: ຄະນະບັນນາທິການຂ່າວສານ ອຄ