ຕອນເຊົ້າວັນທີ 04 ກັນຍາ 2025 ທີ່ ໂຮງແຮມລາວພລາຊາ, ນະຄອນຫຼວງວຽງຈັນ ກົມການຄ້າຕ່າງປະເທດ, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບຄວາມຄືບໜ້າໃນການຈັດຕັ້ງປະຕິບັດ ສັນຍາວ່າດ້ວຍການອໍານວຍຄວາມສະດວກທາງດ້ານການຄ້າໃນຂອບອົງການການຄ້າໂລກ (WTO-TFA) ພາຍໃຕ້ການເປັນປະທານໂດຍ ທ່ານ ມົວວິໄຊ ປາລີ ຮອງຫົວໜ້າກົມການຄ້າຕ່າງປະເທດ ໃນນາມຫ້ອງການກອງເລຂາຄະນະກຳມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງຂັ້ນສູນກາງ. ມີຜູ້ຕາງໜ້າຈາກຫຼາຍພາກສ່ວນທັງພາກລັດ ແລະ ເອກະຊົນເຂົ້າຮ່ວມ. ກອງປະຊຸມຄັ້ງນີ້ ຈັດຂຶ້ນໂດຍມີຈຸດປະສົງເພື່ອປະເມີນຄືນການຈັດຕັ້ງປະຕິບັດບັນດາ 04 ມາດຕະການທີ່ນອນຢູ່ໃນໝວດ C, ການຊ່ວຍເຫຼືອທາງດ້ານວິຊາການຈາກຜູ້ຮ່ວມພັດທະນາ ແລະ ຄວາມສາມາດຈັດຕັ້ງປະຕິບັດໃຫ້ສໍາເລັດຕາມກຳນົດເວລາໃນວັນທີ 31 ທັນວາ 2025 ທີ່ຈະມາເຖິງນີ້. ພ້ອມດຽວກັນນີ້, ຍັງໄດ້ປຶກສາຫາລືບັນຫາສິ່ງທ້າທາຍໃນການຈັດຕັ້ງປະຕິບັດ ເພື່ອຊອກຫາຊ່ອງທາງ ແລະ ວິທີການແກ້ໄຂຮ່ວມກັນ.