ລະຫວ່າງວັນທີ 3-4 ກັນຍາ 2025 ກົມການຄ້າຕ່າງປະເທດ , ກະຊວງອຸດສາຫະກຳ ແລະ ການຄ້າ ຮ່ວມກັບ ສະມາຄົມຫັດຖະກຳລາວ ໄດ້ນໍາພາຊາວຊ່າງຫັດຖະກຳລາວ ເຂົ້າຮ່ວມກິດຈະກຳ ສັບປະດາຫັດຖະກຳລາວ ໃນງານວາງສະແດງໂລກ Expo OSaka ທີ່ເມືອງ ໂອສະກາ ປະເທດ ຍີ່ປຸ່ນ

ຈຸດປະສົ່ງໃນການສ້າງ ກິດຈະກຳ ສັບປະດາຫັດຖະກຳລາວ ເພື່ອສ້າງສີສັນດືງດູດຄວາມໜ້າສົນໃຈ ພ້ອມກັບໂຄສະນາເຜີຍແພ່ສິລະປະວັດທະນະທໍາດ້ານຫັດຖະກຳຂອງລາວ ສີໄມ້ລາຍມືອັນປານີດຂອງຊາວຊ່າງຫັດຖະກຳລາວ ເປັນຕົ້ນແມ່ນ: ດ້ານການຫຍິບປັກທັກແສ່ວ, ການຕໍ່າຫູກທໍໄໝ ແລະ ຄວາມມະຫັດສະຈັນຂອງລວດລາຍລາວ ໂດຍສະເພາະແມ່ນລວດລາຍນາກທີ່ໄດ້ຮັບເປັນມໍລະດົກໂລກທາງດ້ານນາມມະທໍາຈາກອົງການ UNESCO ແລະ ອີກປະການໜຶ່ງກໍ່ໄດ້ເຜີຍແພ່ວັດທະນະທໍາຮິດຄອງປະເພນີ ການດຳລົງຊິວິດຂອງຊາວລາວ ເພື່ອດຶງດູດນັກທ່ອງທ່ຽວ ເຂົ້າມາທີ່ຊົມປະເທດລາວໃຫ້ຫລາຍຂື້ນ

ພາຍໃນງານດັ່ງກ່າວ ໄດ້ສ້າງກິດຈະກຳຫລາກຫລາຍ ໃນນັ້ນ, ລວມມີການວາງສະແດງສິນຄ້າ ລາວ, ຜ້າຝ້າຍ, ມີການບັນຍາຍນຳສະເຫນີ ຄວາມເປັນຜ້າລາຍນາກຂອງລາວ, ສາທິດການປັກດິ້ງ, ສານຜ້າບ່ຽງໄໝຄໍາ, ຕໍ່າກີ້ແອວ ຈາກແຂວງສາລະວັນ, ປັກແຊວຜ້າຂອງຊາວເຜົ່າ, ບັນລະຍາຍຂະບວນການປູກມອນລ້ຽງມ້ອນ ແລະ ສາທີດສາວໄຫມ, ນອກນັ້ນ ຍັງໄດ້ສ້າງກິດຈະກຳຄືກຄືນ ຫລິ້ນເກມຕອບ-ຖາມ ຮັບລາງວັນຂອງທີ່ລະນືກສິນຄ້າລາວ , ເດີນແບບຊຸດຊົນເຜົ່າຂອງລາວ, ຟ້ອນລຳວົງລາວ ງານດັ່ງກ່າວໄດ້ຮັບຄວາມສົນໃຈຫລາຍຈາກ ຄົນຍິ່ປຸ່ນ ແລະ ຕ່າງປະເທດ.

ພາບ ແລະ ແຫຼ່ງຂ່າວ: ກົມການຄ້າຕ່າງປະເທດ

ຂ່າວ: ວຽງສະຫວັນ ປຣະດິດ

ກວດແກ້ ແລະ ຮຽບຮຽງ: ຄະນະບັນນາທິການຂ່າວສານ ອຄ