ໃນລະຫວ່າງວັນທີ 12-13 ກັນຍາ 2025, ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ນຳໂດຍ ທ່ານ ວິທູນ ສິດທິມໍຣະດາ, ຮອງຫົວໜ້າກົມ ຈນກ ແລະ ພະນັກງານ, ໄດ້ຈັດກິດຈະກຳ “ສັບປະດາຜະລິດຕະພັນລາວ” ທີ່ງານວາງສະແດງໂລກ 2025 (World Expo 2025) ທີ່ນະຄອນໂອຊາກາ, ປະເທດຍີ່ປຸ່ນ, ສຳເລັດຢ່າງຈົບງາມ. ກິດຈະກຳນີ້ແມ່ນໜຶ່ງໃນຂໍ້ລິເລີ່ມທີ່ສຳຄັນຂອງຍຸດທະສາດການສົ່ງເສີມການຄ້າຂອງລາວ, ເຊິ່ງອອກແບບມາເພື່ອສະແດງໃຫ້ເຫັນເຖິງຄຸນນະພາບ ແລະ ເອກະລັກສະເພາະຕົວຂອງຜະລິດຕະພັນລາວສູ່ສາຍຕາຊາວໂລກ. ຜູ້ຜະລິດລາວ ຈັດສະແດງການຊົງຊາ ແລະ ກາເຟ ທີ່ມີລົດຊາດເອກະລັກ ແລະ ໄດ້ນຳຜະລິດຕະພັນຫັດຖະກຳທ້ອງຖີ່ນ ຕິດພັນກັບການຜະລິດທຳະຊາດ ທີ່ງານວາງສະແດງໂລກ.

ຈຸດປະສົງຫຼັກຂອງກິດຈະກຳ ສັບປະດາຜະລິດຕະພັນລາວ ແມ່ນເພື່ອການນຳສະເໜີຜະລິດຕະພັນລາວຄຸນນະພາບສູງທີ່ຫຼາກຫຼາຍ ສູ່ຕະຫຼາດຍີ່ປຸ່ນ ກໍ່ຄືສາກົນກົນແຫ່ງໃໝ່. ຮູບແບບການນຳສະເໜີ ໄດ້ເຊື່ອມໂຍງສິນຄ້າຂອງພວກເຮົາເຂົ້າກັບເລື່ອງເລົ່າອັນເປັນເອກະລັກຂອງທີ່ມາ, ວັດທະນະທຳ ແລະ ຊຸມຊົນຂອງແຕ່ລະສິນຄ້າລາວ ພາຍໃຕ້ຫົວຂໍ້ “ລົດຊາດ ແລະ ງານຫັດຖະກຳດັ້ງເດີມຂອງລາວ”. ພ້ອມດຽວກັນນັ້ນ, ກໍມີການເກັບກຳຄຳຄິດເຫັນໂດຍກົງຈາກຄົນເຂົ້າຮ່ວມ ຜ່ານກິດຈະກຳແບບມີສ່ວນຮ່ວມຕອບຖາມສົດໃນຊ່ວງນຳສະເໜີ ແລະ ແບບສອບຖາມ ເພື່ອເປັນຂໍ້ມູນໃນການສ້າງຍຸດທະສາດການສົ່ງອອກໃນອະນາຄົດ. 

ພາຍໃນງານສອງວັນ ໄດ້ມີກິດຈະກຳທີ່ໜ້າສົນໃຈຫຼາກຫຼາຍ ຢູ່ທີ່ເວທີ “Center Stage – Common D”. ກິດຈະກຳທີ່ພົ້ນເດັ່ນແມ່ນການນຳສະເໜີຈຸດເດັ່ນຂອງ ຮັກຫອມ (HUK HOM Handicraft), ເຊິ່ງເປັນຕົວແທນຂຶ້ນເລົ່າເລື່ອງລາວທີ່ມາຂອງບໍລິສັດ ກ່ຽວກັບການອະນຸລັກມໍລະດົກທາງວັດທະນະທຳ ຜ່ານຜະລິດຕະພັນຜ້າຝ້າຍທີ່ຜະລິດໂດຍແມ່ຍິງໃນຊຸມຊົນຊົນນະບົດ. ການສາທິດສົດຜະລິດຕະພັນຊາອໍແກນິກພູຊານ ແລະ ກາເຟ ໄດ້ຮັບຜົນສຳເລັດຢ່າງຍິ່ງ, ໂດຍມີຜູ້ເຂົ້າຮ່ວມງານຕໍ່ແຖວຍາວເພື່ອລໍຖ້າຮັບຕົວຢ່າງໄປຊິມ. ນອກນັ້ນ, ຍັງມີການລາຍການອັນເປັນອົງປະກອບທີ່ສ້າງຄວາມສົນໃຈ ໂດຍນຳວັດທະນະທຳ ເຊັ່ນ: ການສະແດງດົນຕີແຄນລາວ ແລະ ການເປີດໂອກາດໃຫ້ຜູ້ຊົມໄດ້ຂຶ້ນເວທີແລກປ່ຽນຄວາມຄິດເຫັນກ່ຽວກັບຜະລິດຕະພັນລາວ. 

ງານດັ່ງກ່າວໄດ້ຮັບຄວາມສົນໃຈໃນທາງບວກຢ່າງຫຼວງຫຼາຍ ແລະ ສ້າງຄວາມສົນໃຈດ້ານການຄ້າທີ່ເປັນຮູບປະທຳ. ຜົນການສຳຫຼວດຈາກຜູ້ເຂົ້າຮ່ວມຕອບແບບສອບຖາມ ແລະ ໃຫ້ຄຳຄິດເຫັນ ແມ່ນມີຄວາມປະທັບໃຈ. ໝວດໝູ່ຜະລິດຕະພັນທີ່ສ້າງຄວາມປະທັບໃຈທີ່ສຸດແມ່ນ ຫັດຖະກຳ (37%) ແລະ ກາເຟ/ຊາ (31%). ຈຸດທີ່ສຳຄັນທີ່ສຸດແມ່ນ ການສາທິດສົດ ແລະ ການນຳສະເໜີຜະລິດຕະພັນ ໄດ້ນຳໄປສູ່ການສອບຖາມຂໍ້ມູນໂດຍກົງຈາກຜູ້ບໍລິໂພກທີ່ຢາກຊົມໃຊ້ປະຈຳວັນ ແລະ ຊອກຊອ່ງທາງໃນການຊື້ທາງອອນໄລ. ນີ້ຄືການລິເລີມບາດກ້າວການສົ່ງອອກ, ເຊິ່ງເປັນສັນຍານບົ່ງບອກເຖິງຄວາມຕ້ອງການຂອງຕະຫຼາດຕໍ່ສິນຄ້າລາວໃນປະເທດຍີ່ປຸ່ນ. 

ພາບ ແລະ ແຫຼ່ງຂ່າວ: ກຈນກ ແລະ ກຄຕ
ຂ່າວ: ຄຳແສງ ແກ້ວປະເສີດ
ກວດແກ້ ແລະ ຮຽບຮຽງ: ຄະນະບັນນາທິການຂ່າວ ອຄ