ໃນວັນທີ 17 ກັນຍາ 2025 ຜ່ານມານີ້, ກົມການຄ້າພາຍໃນ, ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ໄດ້ຈັດງານສໍາມະນາພາຍໃຕ້ຫົວຂໍ້: “ການຍົກລະດັບຄວາມຮັບຮູ້ແນວທາງໃນການດໍາເນີນທຸລະກິດແບບມີສ່ວນຮ່ວມ ໃນ ສປປ ລາວ (Awareness Raising on Inclusive Business Practice in Laos)” ທີ່ ໂຮງແຮມ ຄລາວພລາຊາ, ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຮ່ວມຂອງ ທ່ານ ສັນຕິສຸກ ພູນສະຫວັດ ຫົວໜ້າກົມການຄ້າພາຍໃນ, ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ທ່ານ ນາງ ມະນີວັນ ກິດຕິລາດ ຮອງຫົວໜ້າກົມນະໂຍບາຍຕໍ່ຜູ້ມີຜົນງານ, ພິທີການ ແລະ ຜູ້ສູງອາຍຸ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຊຶ່ງມີຜູ້ເຂົ້າຮ່ວມທັງໝົດຈາກພາກລັດ ແລະ ທຸລະກິດ ຫຼາຍກວ່າ 200 ຄົນ? ພາຍໃຕ້ການສະໜັບສະໜູນຂອງໂຄງການ GIZ-PROTECT II ຂອງລັດຖະບານເຢຍລະມັນ.
ຈຸດປະສົງຂອງງານສໍາມະນາໃນຄັ້ງນີ້ ແມ່ນ: 1) ການຊຸກຍູ້ສົ່ງເສີມໃຫ້ກຸ່ມຄົນທີ່ດ້ອຍໂອກາດ ຫຼື ຜູ້ຊົມໃຊ້ທີ່ມີຄວາມບອບບາງ ໃຫ້ຮູ້ເຖິງສິດຂອງຕົນ ຕາມກົດໝາຍວ່າດ້ວຍການປົກປ້ອງຜູ້ຊົມໃຊ້ ແລະ ໃຫ້ສາມາດເຂົ້າເຖິງສິນຄ້າ ແລະ ການບໍລິການຕ່າງໆ; 2) ການສ້າງຄວາມຮັບຮູ້ໃຫ້ແກ່ພາກທຸລະກິດ ເພື່ອໃຫ້ເຂົ້າໃຈເຖິງຄວາມສໍາຄັນ ແລະ ຜົນປະໂຫຍດໃນການຮັບຮອງເອົາແນວທາງໃນການດຳເນີນທຸລະກິດແບບມີສ່ວນຮ່ວມເຂົ້າໃນທຸລະກິດຂອງຕົນ ແລະ 3) ການສ້າງເຄືອຂ່າຍການເຮັດວຽກຮ່ວມກັນ ລະຫວ່າງ ພາກລັດ, ພາກທຸລະກິດ ແລະ ຜູ້ຊົມໃຊ້ທີ່ດ້ອຍໂອກາດ ເພື່ອໃຫ້ສາມາດເຂົ້າໃຈກ່ຽວກັບແນວທາງໃນການດຳເນີນທຸລະກິດແບບມີສ່ວນຮ່ວມ, ສາມາດແລກ ປ່ຽນຄວາມຮູ້ ແລະ ປະສົບການໂຕຈິງ ໃນການດຳເນີນທຸລະກິດແບບມີສ່ວນຮ່ວມຈາກທຸລະກິດຕົວແບບພາຍໃນ ສປປ ລາວ.
ວຽກງານການດຳເນີນທຸລະກິດແບບມີສ່ວນຮ່ວມ ແມ່ນມີຄວາມສຳຄັນຫຼາຍ ເນື່ອງຈາກເປັນການເປີດໂອກາດໃຫ້ກຸ່ມຄົນບອບບາງ ແລະ ດ້ອຍໂອກາດໃນສັງຄົມ, ໂດຍສະເພາະແມ່ນກຸ່ມຄົນພິການ, ຜູ້ສູງອາຍຸ, ແມ່ຍິງ ແລະ ຊົນເຜົ່າ ໃຫ້ສາມາດຮັບຮູ້ເຖິງສິດຂອງຕົນຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ; ພ້ອມນີ້ ຍັງເປັນການເປີດໂອກາດໃຫ້ພວກເຂົາ ໃນການເຂົ້າເຖິງສິນຄ້າ ແລະ ການບໍລິການ ລວມທັງການເຂົ້າເຖິງວຽກເຮັດງານທຳທີ່ເທົ່າທຽມກັບຄົນທົ່ວໄປ. ງານສຳມະນາໃນຄັ້ງນີ້ ໄດ້ມີການແລກປ່ຽນບົດຮຽນ ແລະ ປະສົບການຈາກຊ່ຽວຊານທີ່ມີຄວາມຮູ້ໃນວຽກງານດັ່ງກ່າວ ພ້ອມທັງຖອດຖອນບົດຮຽນທີ່ດີຂອງສາກົນ ໃນການຈັດຕັ້ງປະຕິບັດວຽກງານການດຳເນີນທຸລະກິດແບບມີສ່ວນຮ່ວມ ແລະ ສາມາດນຳມາປະຍຸກໃຊ້ໃຫ້ແທດເໝາະກັບສະພາບຂອງ ສປປ ລາວ ໃນອານາຄົດ ເພື່ອເຮັດໃຫ້ກຸ່ມຄົນບອບບາງ ໄດ້ຮັບການປົກປ້ອງ ແລະ ມີໂອກາດໃນການເຂົ້າເຖິງສິນຄ້າ, ການບໍລິການ ລວມທັງໂອກາດໃນການເຂົ້າເຖິງວຽກເຮັດງານທຳ ໃຫ້ເທົ່າທຽມກັບຄົນທົ່ວໄປໃນສັງຄົມ.
ພາບ-ຂ່າວ: ລຸ້ງຟ້າ ອົບພະຈັນ
ກວດແກ້ ແລະ ຮຽບຮຽງ: ຄະນະບັນນາທິການຂ່າວສານ ອຄ