ຕອນບ່າຍ ວັນທີ 12 ກັນຍາ 2025 ທີ່ຫ້ອງປະຊຸມທາງໄກ ສຳນັກງານໃຫຍ່ກະຊວງ ອຸດສາຫະກຳ ແລະ ການຄ້າ. ກົມນະໂຍບາຍ, ແຜນພັດທະນາ ແລະ ປະເມີນຜົນ (ກນຜປ) ໄດ້ຈັດກອງປະຊຸມປຶກສາຫາລືຕໍ່ຮ່າງແຜນພັດທະນາອຸດສາຫະກຳ ແລະ ການຄ້າ 5 ປີ (2026- 2030) ສະບັບປັບປຸງຄັ້ງທີ 2 ພາຍໃຕ້ການເປັນ ປະທານໂດຍ ທ່ານ ປອ ມະໂນທອງ ວົງໄຊ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ. ມີຄະນະຮັບຜິດຊອບສ້າງແຜນພັດທະນາ ອຸດສາຫະກຳ ແລະ ການຄ້າ ເຂົ້າຮ່ວມ.
ທ່ານ ຮອງລັດຖະມົນຕີ ກ່າວມີຄຳເຫັນຕໍ່ກອງປະຊຸມວ່າ: ຈຸດປະສົງ ການສ້າງແຜນພັດທະນາອຸດສາຫະກຳ ແລະ ການຄ້າ 5 ປີ ກໍ່ເພື່ອສ້າງຄວາມເປັນເອກະພາບທາງດ້ານທິດທາງ, ເປົ້າໝາຍ, ຄາດໝາຍ ແລະ ວຽກງານບູລິມະສິດຕົ້ນຕໍ, ເຊິ່ງເປັນບ່ອນອີງໃຫ້ແກ່ການສ້າງແຜນພັດທະນາເສດຖະກິດ-ສັງຄົມ ໃນ 5 ປີຕໍ່ໜ້າ ຂອງຂະແໜງ ການ, ອົງການ, ແຂວງ, ນະຄອນຫຼວງ, ນະຄອນ ແລະ ເມືອງ ໃຫ້ມີຄວາມຖືກຕ້ອງ, ຊັດເຈນ ແລະ ສອດຄ່ອງກັບສະພາບຕົວຈິງ. ເພື່ອຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຂອງອົງຄະນະພັກແຕ່ລະຂັ້ນ ບົນພື້ນຖານສືບຕໍ່ ພັດທະນາປະເທດໃຫ້ບັນລຸເງື່ອນໄຂການຫຼຸດພົ້ນອອກຈາກປະເທດດ້ອຍພັດທະນາ ໃນປີ 2026, ວິໄສທັດ ຮອດປີ 2030, ເປົ້າໝາຍການເຕີບໂຕສີຂຽວ ແລະ ເປົ້າໝາຍການພັດທະນາແບບຍືນຍົງ (SDGs) ໃນປີ 2030. ບົນພື້ນຖານ ດັ່ງກ່າວ ບັນດາຂະແໜງການ ແລະ ທ້ອງຖິ່ນ ຕ້ອງໄດ້ສືບຕໍ່ບຸກທະລຸຢ່າງແຂງແຮງກວ່າເກົ່າ ໃນການຊຸກຍູ້ກຳລັງແຮງ ຂອງທຸກພາກສ່ວນເສດຖະກິດຕິດພັນກັບຂຸດຄົ້ນທ່າແຮງບົ່ມຊ້ອນຂອງຊາດ ແລະ ຂອງແຕ່ລະທ້ອງຖິ່ນ ໃຫ້ກາຍເປັນຖານການຜະລິດທີ່ເຂັ້ມແຂງ ທັງສາມາດສ້າງລາຍຮັບແຫ່ງຊາດທີ່ໝັ້ນຄົງຕາມທິດ “ຄຸນນະພາບ, ສີຂຽວ ແລະ ຢືນຍົງ”.

ການສະຫຼຸບຕີລາຄາແຜນພັດທະນາເສດຖະກິດ-ສັງຄົມ 5 ປີຜ່ານມາ ແລະ ການວາງແຜນພັດທະນາເສດຖະກິດ- ສັງຄົມ 5 ປີໃນຕໍ່ໜ້າ ຂອງຂະແໜງການ, ອົງການ ແລະ ທ້ອງຖິ່ນ ແມ່ນມີຄວາມສໍາຄັນຫຼາຍ, ເພາະການສະຫຼຸບຕີລາຄາ ໃນ 5 ປີຜ່ານມາ ແລະ ການວາງທິດທາງຄາດໝາຍ ໃນ 5 ປີຕໍ່ໜ້າ ແມ່ນມີສາຍພົວພັນຊຶ່ງກັນ ແລະ ກັນ ບໍ່ສາມາດຕັດແຍກອອກ ຈາກກັນໄດ້. ການສະຫຼຸບຕີລາຄາຈະສ່ອງແສງໃຫ້ເຫັນເຖິງສະພາບການຈັດຕັ້ງປະຕິບັດຜ່ານມາທັງດ້ານດີ, ຜົນງານ, ຈຸດ ອ່ອນ, ຂໍ້ຄົງຄ້າງ, ສາເຫດຕ່າງໆ ແລະ ບົດຮຽນຖອດຖອນໄດ້, ຊຶ່ງເປັນຂໍ້ມູນຂ່າວສານທີ່ສໍາຄັນໃຫ້ແກ່ການຄົ້ນຄ້ວາ, ກຳນົດ ທິດທາງ, ຄາດໝາຍ ແລະ ມາດຕະການຕ່າງໆໃນຕໍ່ໜ້າ. ເຊິ່ງໃນນັ້ນແມ່ນການຄາດຄະເນກາລະໂອກາດທີ່ທ້າທາຍຈາກສະພາບການຂອງພາຍນອກ, ພາຍໃນ ລວມທັງສະພາບການຂອງຂະແໜງການ, ອົງການ ແລະ ທ້ອງຖິ່ນຕົນ ແມ່ນສໍາຄັນຫຼາຍ ທັງຄາດຄະເນຄວາມອາດສາມາດບົ່ມຊ້ອນທາງດ້ານຊັບພະຍາກອນທຳມະຊາດ, ຊັບພະຍາກອນມະນຸດ, ກຳລັງທຶນຈາກແຫຼ່ງຕ່າງໆ ເພື່ອກຳນົດໃຫ້ຖືກຕ້ອງ ແລະ ສອດຄ່ອງ.
ຍ້ອນແນວນັ້ນ, ການເກັບຂໍ້ມູນສະຖິຕິກໍຄືຂໍ້ມູນຂ່າວສານ, ການວິເຄາະວິໄຈ ແມ່ນວຽກງານໜຶ່ງທີ່ມີຄວາມສໍາຄັນ ແຖວໜ້າ, ຊຶ່ງມັນໄດ້ຮຽກຮ້ອງການນໍາທຸກພາກສ່ວນ, ທຸກຂັ້ນມີການຊີ້ນໍາ-ນໍາພາ ຢ່າງເປັນປົກກະຕິ, ແທດເຖິງ ແລະ ສ້າງເງື່ອນໄຂຄວາມສະດວກດ້ານຕ່າງໆ ຕໍ່ກົງຈັກ ແລະ ວິຊາການທີ່ກ່ຽວຂ້ອງ ແນໃສ່ເຮັດໃຫ້ການສ້າງແຜນພັດທະນາ ເສດຖະກິດ-ສັງຄົມ 5 ປີ ສະໄໝຕໍ່ໄປ ສາມາດສ່ອງແສງໃຫ້ເຫັນເຖິງການສືບຕໍ່ຫັນປ່ຽນແຂງແຮງ, ເຂັ້ມແຂງໃນທຸກດ້ານ.

ພາບ-ຂ່າວ: ລຸ້ງຟ້າ ອົບພະຈັນ
ກວດແກ້ ແລະ ຮຽບຮຽງ: ຄະນະບັນນາທິການຂ່າວສານ ອຄ