ໃນວັນທີ 19 ກັນຍາ 2025 ທີ່ຫ້ອງປະຊຸມລັດວິສາຫະກິດໄຟຟ້າລາວ (ໂສກປ່າຫຼວງ) ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດກອງປະຊຸມທາບທາມບຸກຄະລາກອນ ເພື່ອອອກສະໝັກຮັບເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກກະຊວງ ສະໄໝທີ VI ຮອບທີ 1 ໂດຍການເປັນປະທານຂອງ ສະຫາຍ ມະໄລທອງ ກົມມະສິດ, ກຳມະການສໍາຮອງສູນກາງພັກ, ເລຂາຄະນະພັກ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ມີສະຫາຍ ຮອງເລຂາຄະນະບໍລິຫານງານພັກ, ຄະນະປະຈຳພັກ, ກຳມະການຄະນະພັກກະຊວງ, ອະດິດເລຂາ, ຮອງເລຂາຄະນະພັກ, ອະດິດຄະນະປະຈຳພັກ – ຄະນະນໍາກະຊວງ, ພະນັກງານຫຼັກແຫຼ່ງບຳນານ ທີ່ຍັງຮ່ວມຊີວິດພັກຢູ່ອົງຄະນະພັກກະຊວງ, ພ້ອມດ້ວຍຄະນະໜ່ວຍພັກຮາກຖານ, ຄະນະພັກຮາກຖານ, ສະມາຊິກພັກສົມບູນ ທີ່ມີຕຳແໜ່ງຮອງຫົວໜ້າພະແນກ ຂຶ້ນໄປ ຈຳນວນ 873 ສະຫາຍ. ນອກນີ້, ຍັງມີຄະນະຕິດຕາມ, ຊຸກຍູ້ກອງປະຊຸມຈາກຄະນະຈັດຕັ້ງສູນກາງພັກເຂົ້າຮ່ວມ.

ພາຍຫຼັງຄະນະຈັດຕັ້ງພິທີກ່າວຈຸດປະສົງແລ້ວ ສະຫາຍ ມະໄລທອງ ກົມມະສິດ, ກຳມະການສໍາຮອງສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ໃຫ້ກຽດຂຶ້ນເຜີຍແຜ່ເຊື່ອມຊຶມເອກະສານ ທີ່ກ່ຽວຂ້ອງກັບການດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ 03 ເອກະສານ ດັ່ງນີ້:

1) ຄໍາສັ່ງຂອງຄະນະເລຂາທິການສູນກາງພັກ ສະບັເລກທີ 411/ຄລສພ, ລົງວັນທີ 08 ສິງຫາ 2023 ວ່າດ້ວຍການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ;

2) ຄໍາແນະນໍາຂອງຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 21/ຄຈສພ, ລົງວັນທີ 16 ສິງຫາ 2023 ກ່ຽວກັບການຈັດຕັ້ງປະຕິບັດຄໍາສັ່ງຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການກະກຽມ ແລະ ດໍາເນີນກອງປະຊຸມ ໃຫຍ່ 3 ຂັ້ນຂອງພັກ;

3) ແຈ້ງການຂອງຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 186/ຄຈສພ, ລົງວັນທີ 03 ກໍລະກົດ 2024 ກ່ຽວກກັບການຄົ້ນຄວ້າ, ເລືອກເຟັ້ນກໍາມະການຄະນະບໍລິຫານງານພັກ ຊຸດປັດຈຸບັນ ທີ່ມີອາຍຸກະສຽນເກີນເງື່ອນໄຂ ຕາມທີ່ນິຕິກຳໄດ້ກຳນົດໄວ້, ເພື່ອເປັນເປົ້າໝາຍອອກທາບທາມບຸກຄະລາກອນ ທີ່ຈະອອກສະໝັກຮັບເລືອກຕັ້ງ ເຂົ້າໃນຄະນະບໍລິຫານງານພັກແຕ່ລະຂັ້ນ ຊຸດໃໝ່.

ຈຸດປະສົງເພື່ອສ້າງຄວາມຮັບຮູ້ເຂົ້າໃຈ ໃຫ້ບັນດາສະຫາຍສະມາຊິກພັກ-ພະນັກງານ ທີ່ເຂົ້າຮວ່ມກອງປະຊຸມໃນຄັ້ງນີ້ກໍໄດ້ ເນື້ອໃນຈິດໃຈຂອງເອກະສານທີ່ກ່ຽວຂ້ອງກັບການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນ ຂອງພັກ, ຮັບປະກັນການຈັດຕັ້ງປະຕິບັດຖືກຕ້ອງ, ເປັນເອກະພາບ ໃນການຈັດຕັ້ງປະຕິບັດ.

ພາຍຫຼັງການເຜີຍແຜ່ ເຊື່ອມຊຶມເອກະສານ ຄະນະຕິດຕາມ, ຊຸກຍູ້ການດໍາເນີນກອງປະຊຸມໃຫຍ່ຈາກຄະນະຈັດຕັ້ງສູນ ກາງພັກໄດ້ຂຶ້ນຜ່ານມາດຕະຖານ ແລະ ເງື່ອນໄຂ ຜູ້ທີ່ຈະອອກສະໝັກຮັບເລືອກຕັ້ງ ເຂົ້າໃນຄະນະບໍລິຫານງານພັກກະຊວງ ອຄ ຊຸດໃໝ່ ປະກອບດ້ວຍມາດຕະຖານລວມ ແລະ ມາດຕະຖານສະເພາະຂອງເລຂາ, ຮອງເລຂາ, ກຳມະການຄະນະປະຈຳ ພັກ ແລະ ກຳມະການຄະນະບໍລິຫານງານພັກກະຊວງ ຕາມທີ່ໄດ້ກຳນົດໄວ້ໃນມະຕິຂອງກົມການເມືອງສູນກາງພັກ, ສະບັບເລກທີ 030/ກມສພ, ລົງວັນທີ 03 ມີນາ 2018 ວ່າດ້ວຍມາດຕະຖານຂອງພະນັກງານນໍາພາ-ຄຸ້ມຄອງ ຈາກນັ້ນຄະນະ ຮັບຜິດຊອບຈາກສູນກາງ ແລະ ອະນຸກຳມະການຊ່ວຍວຽກກອງປະຊຸມໃຫຍ່ ໄດ້ຂຶ້ນແນະນຳລະບຽບ, ຫຼັກການ, ວິທີການລົງຄະແນນສຽງ ແລະ ໄດ້ດຳເນີນການປ່ອນບັດທາບທາມ ລົງຄະແນນສຽງປິດລັບ ຕາມລະບຽບຂັ້ນຕອນ.

ພາບ ແລະ ຂ່າວ:​ສົມສະໜຸກ ທອງສະຫງວນ

ກວດແກ້: ຄະນະບັນນາທິການຂ່າວສານ ອຄ